ງານເປີດຕົວຢ່າງເປັນທາງການ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ຊັບໝັ້ນຄົງ ຈຳກັດ
ວັນທີ 24 ເມສາ 2025 ຢູ່ສຳນັກງານໃຫຍ່ ບ້ານໜອງໜ່ຽງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ສະຖາບັນການເງິນຈຸລະພາກ ທີ່ຮັບເງິນຝາກ ຊັບໝັ້ນຄົງ ຈຳກັດ ໄດ້ຈັດພິທີເປີດຕົວຢ່າງເປັນທາງການໃນບັນຍາກາດທີ່ຄຶກຄື້ນ ແລະ ມ່ວນຊື່ນ ໂດຍມີເຫັນການຂອງບັນດາເຈົ້າໜ້າທີ່ຂັ້ນສູງ ແລະ ແຂກຮັບເຊີນຈາກທົ່ວທຸກວົງການ.
ໃນພິທີໄດ້ຮັບກຽດຈາກທ່ານ ຄຳສະຫວັນ ໂຄດໄຊ ຮອງເຈົ້າເມືອງໄຊເສດຖາ ແລະ ທ່ານ ວິສອນ ໄຊສົງຄາມ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແຫ່ງ ສປປ ລາວ ຮ່ວມກ່າວອວຍພອນ ແລະ ເປີດໃຈໃນຄວາມພາກພູມໃຈທີ່ໄດ້ເຫັນການຍົກລະດັບລະບົບການເງິນໃໝ່ໃນພື້ນທີ່.
ພິທີໄດ້ຈັດຂຶ້ນໂດຍບໍລິສັດ ພິນິມ ໂປຣ ມີການຮ່ວມຂອງຜູ້ແທນຈາກກະຊວງອຸດສາຫະກຳ ແລະ ການຄ້າ, ທະນາຄານ, ບໍລິສັດເຊົ່າສິນເຊື່ອ, ນັກທຸລະກິດ, ພະນັກງານ ແລະ ລູກຄ້າໃນພື້ນທີ່.
ທ່ານ ສຸລະເດດ ປັນທຸລະອຳພອນ, ຜູ້ອຳນວຍການໃຫຍ່ ສະຖາບັນການເງິນຈຸລະພາກຯ ກ່າວວ່າ ສະຖາບັນແຫ່ງນີ້ຈະດຳເນີນຫນ້າທີ່ຫຼັກ 3 ປະການ:
ຮັບເງິນຝາກ ຈາກບຸກຄົນ ແລະ ນິຕິບຸກຄົນ ທຸກຮູບແບບ ດ້ວຍອັດຕາດອກເບ້ຍທີ່ຫຼາກຫຼາຍ ແລະ ສົມເຫດສົມຜົນຕາມຕະຫຼາດ.
ປ່ອຍເງິນກູ້ ເພື່ອສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ ທັງໃນຂະແໜງການຄ້າ, ການຜະລິດ, ການບໍລິການ, ແລະ ກະສິກຳ.
ເປັນສື່ກາງໃນການໂອນເງິນ ລະຫວ່າງສະຖາບັນການເງິນ ພາຍໃນປະເທດ ຢ່າງວ່ອງໄວ ແລະ ປອດໄພ.
ການເປີດຕົວຢ່າງເປັນທາງການໃນມື້ນີ້ ໄດ້ຖືກມອບໝາຍເປັນຄວາມຫວັງໃໝ່ໃຫ້ແກ່ປະຊາຊົນ ໃນການຍົກລະດັບຊີວິດທາງການເງິນ ສ້າງຄວາມໝັ້ນໃຈ ໃຫ້ເຂົ້າເຖິງບໍລິການທາງການເງິນທີ່ປອດໄພ ແລະ ທັນສະໄຫມ ສົມກັບທິດທາງການພັດທະນາລະບົບການເງິນແຫ່ງຊາດ.
ເສັ້ນທາງໃໝ່ ໃນການເຂົ້າເຖິງການເງິນ ໄດ້ເປີດຂຶ້ນແລ້ວ.