ກິດຈະກຳ

ACTIVITY / NEW

25-04-2025 13:28:12

ສະມາຄົມໂຮງແຮມ ແລະ ຮ້ານອາຫານ ລົງກວດມາດຕະຖານໂຮງແຮມ One Riviera ລະດັບ 5 ດາວ

ວັນສຸກ, 25 ເມສາ 2025 — ທ່ານ ບົວລຽນ ວົງສີສຸພັນ, ຄະນະບໍລິຫານງານ ຂອງສະມາຄົມໂຮງແຮມ ແລະ ຮ້ານອາຫານ ລາວ ຮ່ວມກັບກົມຄຸ້ມຄອງການທ່ອງທ່ຽວ ຂອງກະຊວງຖະແຫຼງຂ່າວ ວັນທະນະທຳ ແລະ ທ່ອງທ່ຽວ ພ້ອມຄະນະກຳມະການລົງພື້ນທີ່ ກວດກາມາດຕະຖານຂອງໂຮງແຮມລະດັບ 5 ດາວ ທີ່ໂຮງແຮມ One Riviera Hotel and Residences ຕັ້ງຢູ່ບ້ານໂພໄຊ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ.

ການກວດກາໃນຄັ້ງນີ້ ແມ່ນມີຈຸດປະສົງເພື່ອປະເມີນມາດຕະຖານການໃຫ້ບໍລິການ ແລະ ຄຸນນະພາບຂອງສະຖານທີ່ພັກຂັ້ນສູງ ໃຫ້ສອດຄ່ອງກັບເກນມາດຕະຖານລະດັບສາກົນ ໃນການຕ້ອນຮັບນັກທ່ອງທ່ຽວ ແລະ ສົ່ງເສີມພັດທະນາອຸດສາຫະກຳທ່ອງທ່ຽວຂອງລາວ.

ໂຮງແຮມ One Riviera Hotel and Residences

ແມ່ນໂຮງແຮມລະດັບ 5 ດາວ ທີ່ສ້າງຕັ້ງຂຶ້ນໃນທຳເລມີດ້ານໜ້າຕິດກັບແມ່ນ້ຳຂອງ ມີຈຳນວນ 10 ຊັ້ນ ໃກ້ກັບຕົວເມືອງຫຼວງວຽງຈັນພຽງ 5 ກິໂລແມັດ, ແລະ ສະຫນາມບິນວັດໄຕ ທີ່ຫ່າງປະມານ 10 ກິໂລແມັດ ພ້ອມຄວາມສະດວກໃນການເຂົ້າເຖິງດ່ານຂົວມິດຕະພາບ ລາວ-ໄທ ທີ່ຫ່າງໄປປະມານ 14 ກິໂລແມັດ.

ໂຮງແຮມມີຫ້ອງພັກຈຳນວນ 65 ຫ້ອງ ແບ່ງເປັນຫ້ອງໂຮງແຮມ 35 ຫ້ອງ ແລະ ເຮືອນພັກ 30 ຫ້ອງ ທີ່ອອກແບບຢ່າງທັນສະໄໝ ເພື່ອຕອບສະໜອງແກ່ທັງນັກທ່ອງທ່ຽວພັກຜ່ອນ ແລະ ຜູ້ເດີນທາງເພື່ອທຸລະກິດ. ທຸກຫ້ອງພັກຖືກຕົກແຕ່ງດ້ວຍເຄື່ອງໃຊ້ທັນສະໄໝ ມີຄວາມຫຼູຫຼາ ແລະ ສະດວກສະບາຍ.

ການບໍລິການທີ່ຫຼາກຫຼາຍ

ໂຮງແຮມຍັງໄດ້ໃຫ້ບໍລິການອາຫານຢ່າງຄົບວົງຈອນ ຜ່ານຮ້ານ MStone Café ທີ່ບໍລິການເຄື່ອງດື່ມຊາ ແລະ ກາແຟສົດຈາກທ້ອງຖິ່ນ. ສ່ວນຮ້ານອາຫານ MStone Bistro & Rooftop Bar ແມ່ນສະຖານທີ່ໃຫ້ປະສົບການຮັບປະທານທີ່ແຕກຕ່າງ ດ້ວຍເມນູອາຫານລາວ-ຝຣັ່ງ ແລະ ເຄື່ອງດື່ມຫຼາກຫຼາຍ ພ້ອມເຂົ້າໜົມທີ່ຜະລິດເອງ.

ການກວດກາໃນຄັ້ງນີ້ ແມ່ນສະທ້ອນໃຫ້ເຫັນຄວາມຕັ້ງໃຈຂອງໂຮງແຮມ One Riviera ໃນການຮັກສາມາດຕະຖານການບໍລິການລະດັບສາກົນ ເພື່ອສົ່ງເສີມພາບລັກຂອງການທ່ອງທ່ຽວລາວ ໃຫ້ມີບົດບາດໃນພູມິພາກ ແລະ ລະດັບໂລກ.

ສະມາຄົມໂຮງແຮມ ແລະ ຮ້ານອາຫານ ລົງກວດມາດຕະຖານໂຮງແຮມ One Riviera ລະດັບ 5 ດາວ

ວັນສຸກ, 25 ເມສາ 2025 — ຄະນະບໍລິຫານ ຂອງສະມາຄົມໂຮງແຮມ ແລະ ຮ້ານອາຫານ ລາວ ຮ່ວມກັບກົມຄຸ້ມຄອງການທ່ອງທ່ຽວ ຂອງກະຊວງຖະແຫຼງຂ່າວ ວັນທະນະທຳ ແລະ ທ່ອງທ່ຽວ ພ້ອມຄະນະກຳມະການລົງພື້ນທີ່ ກວດກາມາດຕະຖານຂອງໂຮງແຮມລະດັບ 5 ດາວ ທີ່ໂຮງແຮມ One Riviera Hotel and Residences ຕັ້ງຢູ່ບ້ານໂພໄຊ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ.

ການກວດກາໃນຄັ້ງນີ້ ແມ່ນມີຈຸດປະສົງເພື່ອປະເມີນມາດຕະຖານການໃຫ້ບໍລິການ ແລະ ຄຸນນະພາບຂອງສະຖານທີ່ພັກຂັ້ນສູງ ໃຫ້ສອດຄ່ອງກັບເກນມາດຕະຖານລະດັບສາກົນ ໃນການຕ້ອນຮັບນັກທ່ອງທ່ຽວ ແລະ ສົ່ງເສີມພັດທະນາອຸດສາຫະກຳທ່ອງທ່ຽວຂອງລາວ.

ໂຮງແຮມ One Riviera Hotel and Residences

ແມ່ນໂຮງແຮມລະດັບ 5 ດາວ ທີ່ສ້າງຕັ້ງຂຶ້ນໃນທຳເລມີດ້ານໜ້າຕິດກັບແມ່ນ້ຳຂອງ ມີຈຳນວນ 10 ຊັ້ນ ໃກ້ກັບຕົວເມືອງຫຼວງວຽງຈັນພຽງ 5 ກິໂລແມັດ, ແລະ ສະຫນາມບິນວັດໄຕ ທີ່ຫ່າງປະມານ 10 ກິໂລແມັດ ພ້ອມຄວາມສະດວກໃນການເຂົ້າເຖິງດ່ານຂົວມິດຕະພາບ ລາວ-ໄທ ທີ່ຫ່າງໄປປະມານ 14 ກິໂລແມັດ.

ໂຮງແຮມມີຫ້ອງພັກຈຳນວນ 65 ຫ້ອງ ແບ່ງເປັນຫ້ອງໂຮງແຮມ 35 ຫ້ອງ ແລະ ເຮືອນພັກ 30 ຫ້ອງ ທີ່ອອກແບບຢ່າງທັນສະໄໝ ເພື່ອຕອບສະໜອງແກ່ທັງນັກທ່ອງທ່ຽວພັກຜ່ອນ ແລະ ຜູ້ເດີນທາງເພື່ອທຸລະກິດ. ທຸກຫ້ອງພັກຖືກຕົກແຕ່ງດ້ວຍເຄື່ອງໃຊ້ທັນສະໄໝ ມີຄວາມຫຼູຫຼາ ແລະ ສະດວກສະບາຍ.

ການບໍລິການທີ່ຫຼາກຫຼາຍ

ໂຮງແຮມຍັງໄດ້ໃຫ້ບໍລິການອາຫານຢ່າງຄົບວົງຈອນ ຜ່ານຮ້ານ MStone Café ທີ່ບໍລິການເຄື່ອງດື່ມຊາ ແລະ ກາແຟສົດຈາກທ້ອງຖິ່ນ. ສ່ວນຮ້ານອາຫານ MStone Bistro & Rooftop Bar ແມ່ນສະຖານທີ່ໃຫ້ປະສົບການຮັບປະທານທີ່ແຕກຕ່າງ ດ້ວຍເມນູອາຫານລາວ-ຝຣັ່ງ ແລະ ເຄື່ອງດື່ມຫຼາກຫຼາຍ ພ້ອມເຂົ້າໜົມທີ່ຜະລິດເອງ.

ການກວດກາໃນຄັ້ງນີ້ ແມ່ນສະທ້ອນໃຫ້ເຫັນຄວາມຕັ້ງໃຈຂອງໂຮງແຮມ One Riviera ໃນການຮັກສາມາດຕະຖານການບໍລິການລະດັບສາກົນ ເພື່ອສົ່ງເສີມພາບລັກຂອງການທ່ອງທ່ຽວລາວ ໃຫ້ມີບົດບາດໃນພູມິພາກ ແລະ ລະດັບໂລກ."

ກິດຈະກຳລ່າສຸດ